19/02/2026
ກອງປະຊຸມ ເຜີຍແຜ່ດຳລັດ ວ່າດ້ວຍ ນິຄົມອຸດສາຫະກຳ ແລະ ເຜີຍແຜ່ການຈັດຕັ້ງປະຕິບັດ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ 5 ປີຕໍ່ໜ້າ ໄດ້ຈັດຂຶ້ນ ໃນວັນທີ 16 ກຸມພາ 2026 ທີ່ ຫ້ອງປະຊຸມພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໂດຍ ການເປັນປະທານຮ່ວມ ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ແລະ ທ່ານ ຊາຍແສງ ຈິດດາວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ຊຶ່ງມີຜູ້ເຂົ້າຮ່ວມກອງປະຊຸມ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ຈາກພະແນກ ອຸດສາຫະກຳແລະ ການຄ້າ ແຂວງ 8 ແຂວງພາກເໜືອ, ຈາກແຂວງອຸດົມໄຊ (ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງໄຊ, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ນາຫມໍ້, ຫ້ອງວ່າການປົກຄອງແຂວງ, ສະພາປະຊາຊົນ (ສພຂ), ຫ້ອງການຄຸ້ມຄອງສົ່ງເສີມການລົງທຶນ, ພະແນກ ການເງິນ (ຄະນະ ພນ+ພາສີ+ອາກອນ), ພະແນກ ກະສິກຳ ແລະ ສິ່ງແວດລ້ອມ, ພະແນກ ໂຍທາທິການ ແລະ ຂົນສົ່ງ, ສະພາການຄ້າ ແລະ ອຸດສາຫະກຳ), ຈາກແຂວງຫຼວງນໍ້າທາ (ພະແນກ ການເງິນ (ຄະນະ ພນ+ພາສີ+ອາກອນ) ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ພະແນກ ກະສິກຳ ແລະ ສິ່ງແວດລ້ອມ) ແລະ ຕາງໜ້າຈາກບໍລິສັດ ອຳມະຕະ ຊີຕີ້ ລາວ ຈຳກັດ. ລວມທັງໝົດ 42 ທ່ານ ເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຫຍໍ້ ສະພາບການພັດທະນາຂະແໜງອຸດສາຫະກຳປຸງແຕ່ງ ໃນສຸມປີຜ່ານມາ ໂດຍຊີ້ໃຫ້ເຫັນເຖິງຂໍສະດວກ ແລະ ຂໍ້ຫຍຸງຫຍາກ ໃນການຈັດຕັ້ງປະຕິບັດຜ່ານມາ ພ້ອມທັງຂໍ້ສະເໜີຕ່າງໆໃນຕໍ່ໜ້າ. ກອງປະຊຸມ ໄດ້ເຜີຍແຜ່ ດຳລັດນິຄົມອຸດສາຫະກຳຕ່າງໆ ໂດຍຍົກໃຫ້ເຫັນເຖິງ ສະໂຍບາຍສະເພາະ ແລະ ນະໂຍບາຍອື່ນໆ ທີ່ຜູ້ລົທຶນຈະໄດ້ຮັບ ຕົວຢ່າງ ນິຄົມອຸດສາຫະກຳ ອຳມະຕະ ແມ່ນ ນິຄົມອຸດສາຫະກຳ ໃນເຂດເສດຖະກິດພິເສດ ແຕ່ໄດ້ຮັບນະໂຍບາຍພິເສດ ຕາມດຳລັດວ່າດ້ວຍນິຄົມ ອຸດສາຫະກຳ. ຈາກນັ້ນ ມີການນຳສະເໜີ ຕໍ່ກອງປະຊຸມ ກ່ຽວກັບ ແຜນພັດທະນາອຸດສາຫະກຳປຸງແຕ່ງ ປີ 2026-2030 ເພື່ອແລກປ່ຽນບົດຮຽນ ລະຫວ່າງ ສູນກາງ ແລະ ທ້ອງຖິນ ໃຫ້ໄປໃນທິດທາງດຽວກັນ ໂດຍສະເພາະໃນແຜນ 5 ປີຕໍ່ໜ້າ ຊຶ່ງເຫັນວ່າ ປັດຈຸບັນ ຢູ່ແຂວງອຸດົມໄຊ ກໍ່ເລີ່ມມີທ່າອ່ຽງ ທີ່ມີຈະມີນິຄົມໃໝ່ເກີດຂຶ້ນ ເຊັ່ນ ນິຄົມອຸດສາຫະກຳ ອຳມະຕະ ແລະ ກຳລັງຈະສະເໜີສ້າງນິຄົມໃໝ່ AI ພະລັງງານສີຂຽວ ອະລູມີນຽມ ໃນອະນາຄົດ ສອດຄ່ອງກັບ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄື ແຜນພັດທະນາອຸດສາຫະກຳປຸງແຕ່ງ (2026-2030) 5 ປີ ຕໍ່ໜ້າ ເນັ້ນການສົ່ງເສີມການຜະລິດ ແລະ ການສ້າງນິຄົມອຸດສາຫະກຳ ໃຫ້ເກີດຂຶ້ນຫຼາຍຂຶ້ນໃນຕໍ່ໜ້າ ເພື່ອພັດທະນາເສດຖະກິດໃຫ້ເຂັ້ມແຂງ ຍິ່ງຂຶ້ນ.
ໃນຕອນທ້າຍກອງປະຊຸມ ກໍ່ໄດ້ມີການແລກປ່ຽນ ຄຳຄິດເຫັນ ແລະ ຕອບຖາມຢ່າງຟົດຟື້ນ ເພື່ອສ້າງຄວາມເຂົ້າໃຈ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ຄັ້ງນີ້ ກຳໄດ້ຢ່າງລະອຽດຕໍ່ ນະໂຍບາຍ ແລະ ດຳລັດຕ່າງໆ ສາມາດນຳໄປຜັນຂະຫຍາຍຢູ່ຂະແໜງການຕົນໃນຕໍ່ໜ້າໄດ້ ຢ່າງມີໝາກຜົນຍິ່ງຂຶ້ນ.
